ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດ​ເຊຍ ຢັ້ງຢືນ​ຄືນໃໝ່​ຫຼັກ​ໝັ້ນ ​ຂໍ້​ຕົກລົງ​ສົ່ງ​ທັນ​ຍາ​ຫານ​ຜ່ານ​ທະເລ​ດຳ


      ສຳນັກ​ຂ່າວ​ ຫວຽດນາມນິວ​ລາຍ​ງານ ວັນ​ທີ 4 ສິງຫາ ນີ້​ວ່າ: ວັນ​ທີ 2 ສິງຫາ ຜ່ານ​ມາ, ຣັດ​ເຊຍ​ຢືນຢັນ​ຄືນໃໝ່​ຫຼັກ​ໝັ້ນ​ກ່ຽວ​ກັບ​ຂໍ້​ຕົກລົງ​ການ​ຂົນ
ສົ່ງທັນ​ຍາ​ຫານ​ຜ່ານທະເລ​ດຳ, ໂດຍ​ຣັດ​ເຊຍ ໄດ້​ກຽມພ້ອມ​ກັບ​ຄືນ​ສູ່​ຂໍ້​ຕົກລົງ​ທັນທີ ​ເມື່ອ​ຂໍ້​ສະເໜີ​ທີ່​ກ່ຽວຂ້ອງ​ເຖິງ ມົດ​ສະ​ກູ ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ສະ
ເໝີພາບ.

     ຖະແຫຼງການ​ດັ່ງກ່າວ, ໄດ້​ເປີດ​ເຜີຍ​ໃຫ້​ຮູ້​ພາຍຫຼັງ ​ທ່ານ​ ນາງ ລິນ​ດາ ໂທ​ມາດ-ກຣິນ​ຟຽວ ເອກ​ອັກ​ຄະ​ລັດ​ຖະ​ທູດ ສະຫະລັດ​ອາ​ເມ​ຣິ​ກາ ປະຈຳ ​ສປຊ
ຖື​ເປັນ​ສັນຍານ​ສະແດງ​ໃຫ້​ເຫັນ​ວ່າ: ຣັດ​ເຊຍ ອາດ​ຈະ​ສົນໃຈ​ກັບ​ຄືນ​ສູ່​ຂໍ້​ຕົກລົງ​ອະນຸຍາດ​ໃຫ້ ອູ​ແກຣນ ສົ່ງ​ອອກ​ທັນ​ຍາ​ຫານ​ຜ່ານ​ທາງ​ທະເລ.

     ໃນ​ວັນ​ດຽວ​ກັນ, ທ່ານ ວະ​ລາ​ດີ​ເມຍ ປູ​ຕິນ ປະທານາທິບໍດີ ຣັດ​ເຊຍ (Vladimir Putin) ໄດ້​ໂອ້​ລົມ​ທາງ​ໂທລະສັບ​ກັບ ທ່ານ ຣີ​ເຊັບ ເຕ​ຢິບ ເອີ​ໂດ
​ກັນ (Recep Tayyip Erdogan) ປະທານາທິບໍດີ​ຕວກ​ກີ, ເຊິ່ງ​ທ່ານ​ໄດ້​ເນັ້ນ​ໜັກ​ວ່າ: ຕວກ​ກີ ຈະ​ສືບຕໍ່​ພະຍາຍາມ​ເພື່ອ​ປ່ຽນແປງ​ຂໍ້​ລິ​ເລີ່ມທາງ​ທະເລ​
ດຳ ເນື່ອງ​ຈາກ​ການ​ຢຸດຕິ​ຂໍ້​ລິ​ເລີ່ມ​ນີ້​ບໍ່​ນຳ​ມາ​ເຊິ່ງ​ຜົນ​ປະໂຫຍດ​ໃຫ້​ຝ່າຍ​ໃດ, ຊ້ຳ​ບໍ່​ພໍ​ບັນດາ​ປະເທດ​ ທີ່​ມີ​ລາຍ​ຮັບ​ຕ່ຳ​ທີ່​ຕ້ອງການ​ທັນ​ຍາ​ພືດ ຈະ​ໄດ້​ຮັບ​ຜົນ​ກະ
ທົບ​ຫຼາຍ​ສຸດ.

     ທ່ານ​ປະທານາທິບໍດີ ຣັດ​ເຊຍ ​ກ່າ​ວວ່​​າ: ຣັດ​ເຊຍ ກຽມພ້ອມ​ກັບ​ຄືນ​ສູ່​ຂໍ້​ຕົກລົງ​ທັນ​ຍາ​ພືດໃນ​ທັນທີ​ທີ່​ຝ່າຍ​ຕາເວັນຕົກ ປະຕິບັດ​ທຸກ​ພັນທະ​ເຊິ່ງໄດ້​ລົງ​
ນາມ​ກັບ ຣັດ​ເຊຍ ໃນ​ຂໍ້​ຕົກລົງ​ສະບັບ​ນີ້​ຢ່າງ​ຄົບ​ຖ້ວນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 10/08/2023